ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເຕັກນິກກອງທັບ ປະກາດການແຕ່ງຕັ້ງ ຄະນະກົມຄຸ້ມຄອງລົດ-ເຮືອ
ແລະ ຄະນະອຳນວຍການບໍລິສັດ FMB ພັດທະນາເຕັກນິກ-ການຄ້າ ຈຳກັດ


ສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ​ເປັນ​ປະທານ

    ວັນທີ 11 ສິງຫາ 2023 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ປະກາດການແຕ່ງຕັ້ງຄະນະກົມຄຸ້ມຄອງລົດ-ເຮືອ ແລະ ຄະນະອຳນວຍການບໍ
ລິສັດ FMB ພັດທະນາເຕັກນິກ-ການຄ້າ ຈຳກັດ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ, ຄະນະປະຈໍາ
ພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ, ຫົວໜ້າກົມຄຸ້ມຄອງລົດ-ເຮືອ ພ້ອມດ້ວຍ
ຄະນະ, ມີຄະນະກົມ, ຄະນະຫ້ອງການ, ຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງ, ບັນດາພະແນກການຕະຫຼອດຮອດພະນັກງານ ແລະ ຜູ້ທີ່
ໄດ້ຮັບການແຕ່ງຕັ້ງ-ຍົກຍ້າຍເຂົ້າຮ່ວມ.

     ສະຫາຍ ພັນເອກ ວຽງທອງ ພັດທະສິດ, ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ເຕັກນິກ ຂຶ້ນອ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນ
ປະເທດ ເລກທີ 3938/ກປທ, ວັນທີ 24/07/2023, ວ່າດ້ວຍການຍົກຍ້າຍນາຍທະຫານ ຢູ່ກົມໃຫຍ່ເຕັກນິກກອງທັບ ອິງຕາມກົດໝາຍນາຍ
ທະຫານ ກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໃນພາກທີ ll ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອິງຕາມ
ການສະເໜີຂອງກົມໃຫຍ່ເຕັກນິກກອງທັບ ສະບັບເລກທີ 1591 ລົງວັນທີ 15 ມີຖຸນາ 2023, ອິງຕາມການການຄົ້ນຄວ້າ ແລະ ນຳສະເໜີຂອງ
ກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດ ຕົກລົງ ມາດຕາ 01: ຍົກຍ້າຍ ສະຫາຍ ພັນເອກ ສີນວນ ມະນີວົງ, ຮອງຫົວໜ້າກົມຄຸ້ມ
ຄອງລົດ-ເຮືອ ໄປຮັບໜ້າທີ່ໃໝ່ຢູ່ບໍລິສັດ FMB ພັດທະນາເຕັກນິກ-ການຄ້າ ຈຳກັດ, ພ້ອມທັງແຕ່ງຕັ້ງເປັນຮອງອຳນວຍການຂອງບໍລິສັດ FMB
ພັດທະນາເຕັກນິກ-ການຄ້າຈຳກັດ ກົມໃຫຍ່ເຕັກນິກກອງທັບ, ຍົກຍ້າຍ ສະຫາຍ ພັນເອກ ອານຸສອນ ຈະເລີນພົນມີໄຊ, ຮອງຫົວໜ້າກົມເຕັກນິກ
ເຫຼົ່າຮົບໄປຮັບໜ້າທີ່ໃໝ່ ຢູ່ກົມຄຸ້ມຄອງລົດ-ເຮືອ ພ້ອມທັງແຕ່ງຕັ້ງເປັນກຳມະການໜ່ວຍພັກກົມຄຸ້ມຄອງລົດ-ເຮືອ ແລະ ແຕ່ງຕັ້ງເປັນຮອງຫົວໜ້າ
ກົມຄຸ້ມຄອງລົດ-ເຮືອ ກົມໃຫຍ່ເຕັກນິກກອງທັບ.

     ໃນພິທີຍັງໄດ້ຜ່ານໜັງສືນຳສົ່ງຂອງກົມໃຫຍ່ການເມືອງກອງທັບ ເລກທີ 5199/ກມທ, ວັນທີ 07/08/2023, ເຖິງ: ກົມເຕັກນິກເຫຼົ່າຮົບ
ກົມໃຫຍ່ເຕັກນິກກອງທັບ, ນຳສົ່ງ ສະຫາຍ ພັນເອກ ດາວອນ ພົມມະວົງສໍາເລັດການຄົ້ນຄວ້າປະລິນຍາໂທ ວຽກງານປ້ອງກັນຊາດ ແລະ ປ້ອງກັນ
ຄວາມສະຫງົບ ຈາກວິທະຍາຄານເສນາທິການ ສ.ຣັດເຊຍ ສົກປີ 2023 ໄປໃຫ້ກົມເຕັກນິກເຫຼົ່າຮົບ, ສ່ວນໜ້າທີ່ວຽກງານອັນລະອຽດໃຫ້ທາງ
ກົມເຕັກນິກເຫຼົ່າຮົບເປັນຜູ້ມອບໝາຍ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວກ່ອນອຶ່ນ
ສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ກັບຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ແລະ ຍົກຍ້າຍ
ໄປຮັບໜ້າທີ່ໃໝ່ເອົາໃຈໃສ່ສຶກສາອົບຮົມຄຸນທາດການເມືອງນຳພາແນວຄິດໃຫ້ໜັກແໜ້ນເຂັ້ມແຂງຮອບດ້ານ, ສືບຕໍ່ກຳແໜ້ນເຊື່ອມຊຶມແນວທາງ
ນະໂຍບາຍຂອງພັກ, ບັນດາຂໍ້ກຳນົດກົດລະບຽບ, ກົດໝາຍຂອງລັດ, ມະຕິຄຳສັ່ງຕ່າງໆ ຫັນເອົາມາເປັນແນວທາງໃນການຈັດຕັ້ງປະຕິບັດໜ້າທີ່ວຽກ
ງານໃຫ້ມີຜົນສຳເລັດ, ມີແບບແຜນການນຳພາ, ແບບແຜນວິທີເຮັດວຽກ, ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງ,
ສ້າງໃຫ້ມີການຫັນປ່ຽນ ແລະ ເຮັດໃຫ້ກົມກອງມີໃບໜ້າອັນໃໝ່, ມີສະຕິຕໍ່ການຈັດຕັ້ງປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບວາງອອກຢ່າງເຂັ້ມ
ງວດ, ຈຳແນກໄດ້ມິດສັດຕູຢ່າງຈະແຈ້ງ, ສືບຕໍ່ສ້າງຄວາມສາມັກຄີພາຍໃນ, ພາຍນອກໃຫ້ເປັນປຶກແຜ່ນແໜ້ນໜາ ສາມາດເຮັດສຳເລັດໜ້າທີ່ຕາມ
ການມອບໝາຍຂອງຂັ້ນເທິງໃຫ້ບັນລຸຜົນ.

ແຫຼ່ງທີ່ມາ ຄຳສອນ ພົມໄຊຍາ
ວັນທີ 14/08/2023